ຕຳໝາກຫຸ່ງ
30 ນາທີ ເພື່ອກະກຽມ
5 ນາທີ ເພື່ອປຸງແຕ່ງ
ເສີບ 3 ທ່ານ
ກ່ຽວກັບສູດອາຫານນີ້
ເປັນໜຶ່ງໃນອາຫານທີ່ນິຍົມຫຼາຍທີ່ສຸດຂອງປະເທດລາວ ເຊິ່ງຕຳໝາກຫຸ່ງແມ່ນເປັນທີ່ຮູ້ຈັກກັນດີ ເນື່ອງຈາກສ່ວນປະສົມທີ່ມີລົດຊາດເຄັມ, ເຜັດ, ມີນ້ຳໝາກນາວ ແລະ ໝາກຫຸ່ງດິບທີ່ສົດໆ.
ສູດອາຫານໂດຍ: ໂດຍ ຕີນາ ພູມມາລາວັນ
ຮູບພາບໂດຍ: ຄາຍລີ ໂຮບ
ສ່ວນປະກອບ
- ໝາກຫຸ່ງ ນ້ອຍ 1 ໜ່ວຍ, ປອກ ແລະ ຊອຍແລບໆ
- ຫົວກະລົດໃຫຍ່ 2 ຫົວ, ປອກ ແລະ ຫັ່ນເປັນເສັ້ນ
- ກະລໍາປີສີຂຽວ 1 ຈອກຫັ່ນ
- ໝາກເຂືອ 3 ໜ່ວຍ ຕັດຂວັ້ນອອກແລ້ວຜ່າເປັນສີ່ປ່ຽງ
- ໝາກເລັ່ນນ້ອຍ 15 ປ່ຽງ
- ກະທຽມ 1 ງີມ
- ໝາກເຜັດ 2 ໜ່ວຍ (ຫຼື ຫຼາຍກວ່າຖ້າທ່ານມັກເຜັດ)
- ແປ້ງນົວ ½ ບ່ວງໂຕະ (ເປັນທາງເລືອກ)
- ນ້ຳຕານໝາກພ້າວ 1 ບ່ວງໂຕະ
- ໝາກນາວ 2 ໜ່ວຍ (ບີບເອົາແຕ່ນ້ຳ)
- ນ້ຳປາເຈ 3-4 ບ່ວງໂຕະ
- ຖົ່ວດິນບົດ (ເປັນທາງເລືອກ)
ຄຳແນະນຳແຕ່ລະຂັ້ນຕອນ
ຂັ້ນຕອນທີ່ 1
ເອົາກະທຽມ, ໝາກເຜັດ, ນ້ຳຕານ ແລະ ແປ້ງນົວ (ເປັນທາງເລືອກ) ໃສ່ໃນຄົກໃຫຍ່ ແລະ ຕຳໃຫ້ແຫຼກຈົນເປັນເນື້ອລະອຽດ.
ຂັ້ນຕອນທີ່ 2
ຕື່ມໝາກເລັ່ນ ແລະ ຕຳຢ່າງລະມັດລະວັງເພື່ອໃຫ້ນ້ຳຂອງມັນຟົ້ງອອກມາ. ໃຫ້ລະວັງເພື່ອບໍ່ໃຫ້ມັນເຂົ້າຕາຂອງທ່ານ. ເມື່ອຕຳໝາກເລັ່ນທັງໝົດແລ້ວ, ໃຫ້ເອົາໝາກຫຸ່ງ, ກະລົດ ແລະ ກະລໍ່າປີໃສ່ ຕໍາດ້ວຍສາກ ແລະ ຄົນທຸກຢ່າງໃຫ້ເຂົ້າກັນດ້ວຍບ່ວງ.
ຂັ້ນຕອນທີ່ 3
ຕື່ມນ້ຳໝາກນາວ ແລະ ນ້ຳປາເຈ. ສືບຕໍ່ຄົນ ແລະ ຄົນປະມານໜຶ່ງນາທີ.
ຂັ້ນຕອນທີ່ 4
ເອົາໝາກເຂືອ ແລະ ໝາກຖົ່ວດິນບົດໃສ່. ຄົນໃຫ້ເຂົ້າກັນອີກເທື່ອໜຶ່ງ ແລະ ຊີມເບິ່ງເພື່ອປັບລົດຊາດຕາມຄວາມມັກຂອງທ່ານ.
ສູດອາຫານເພີ່ມເຕີມ

