ລາບ

25-30 ນາທີ ເພື່ອກະກຽມ

10-15 ນາທີ ເພື່ອປຸງແຕ່ງ

2-3 ທ່ານ

ກ່ຽວກັບສູດອາຫານນີ້

“ລາບແມ່ນອາຫານພື້ນເມືອງຂອງລາວ ແລະ ສ່ວນປະກອບນັ້ນສາມາດແຕກຕ່າງກັນອອກໄປ ໂດຍຂຶ້ນກັບວ່າອາຫານຈະມາຈາກບ້ານ ຫຼື ແຂວງໃດ. ຄຳວ່າ 'ລາບ' ມີຄວາມໝາຍວ່າໂຊກດີໃນພາສາລາວ, ສະນັ້ນຄົນເຮົາມັກເຮັດອາຫານຈານນີ້ສະເໝີ ເນື່ອງໃນໂອກາດພິເສດເພື່ອນໍາເອົາໂຊກ ແລະ ເຜີຍແຜ່ໂຊກໃຫ້ນຳອີກ.

“ບັດນີ້ເຮົາມາເວົ້າກ່ຽວກັບລາບນີ້ນໍາກັນເບິ່ງ. ຂ້ອຍພຽງແຕ່ຢາກເບິ່ງອາຫານລາວຈາກມຸມທີ່ແຕກຕ່າງອອກໄປ ແລະ ຂ້ອຍໄດ້ໄປຮ້ານຂາຍເຄື່ອງແຫ້ງສາມຮ້ານໂດຍໄດ້ຮັບຄວາມຊ່ວຍເຫຼືອໜ້ອຍໜຶ່ງຈາກຄອບຄົວຂອງຂ້ອຍ. ຂ້ອຍຄິດສູດອາຫານນີ້ອອກມາ ແລະ ຖ້າຈະເວົ້າກັນແທ້ໆ, ຂ້ອຍມີຄວາມປະຫຼາດໃຈ ທີ່ເຫັນວ່າມັນມີລົດຊາດແຊບຂະໜາດໃດ. ລອງຊິມມັນດ້ວຍຕົວທ່ານເອງເບິ່ງ ແລະ ກໍຂໍເຊີນແຊບເດີ!”

ສູດອາຫານໂດຍ: ວົງ ມະໂນລົດ
ຮູບພາບໂດຍ: ຄາຍລີ ໂຮບ

ສ່ວນປະກອບ

  • ກະລໍ່າດອກ 1 ຫົວ
  • ຫົວເຫັດຫອມ 3 ຫົວ
  • ເຫັດບີສ ສີນ້ຳຕານ 1 ຊອງ
  • ໝາກນາວສົດ 2–3 ຫົວ (ຕາມທີ່ທ່ານມັກ)
  • ຫອມບົ່ວແດງ ½ ບ່ວງໂຕະ ຊອຍ ໃຫ້ແລບ
  • ຫອມລາບ 20–25 ໃບ
  • ຫົວສີໃຄ 1 ບ່ວງໂຕະ ຟັກມຸ່ນໆ
  • ກະທຽມ ½ ບ່ວງໂຕະ ຟັກມຸ່ນໆ
  • ຂ່າ ½ ບ່ວງໂຕະ ຟັກມຸ່ນໆ
  • ຫອມປ້ອມ ½ ຈອກ ຫັ່ນຫ່າງໆ
  • ນ້ຳມັນໝາກພ້າວ 3 ບ່ວງໂຕະ
  • ເຂົ້າຂົ້ວບົດ ¼ ບ່ວງໂຕະ
  • ເກືອທະເລ 2 ບ່ວງໂຕະ
  • ຊິອິ້ວ 1 ບ່ວງໂຕະ
  • ພິກຂີ່ໜູ (ຕາມທີ່ທ່ານມັກ)
  • ໝາກເຜັດຜົງ (ຕາມທີ່ທ່ານມັກ)
  • ຜັກກາດຂາວນ້ອຍ 3 ໃບ (ທາງເລືອກ)
Laap

ຄຳແນະນຳແຕ່ລະຂັ້ນຕອນ

ຂັ້ນຕອນທີ່ 1

ຕັດດອກກະລໍ່າ ເປັນຕ່ອນນ້ອຍ ຫຼື ເປັນປ່ຽງແປເພື່ອໃຫ້ພວກມັນສຸກງ່າຍ.

ຂັ້ນຕອນທີ່ 2

ຄ້າງໝໍ້ກະທະໃສ່ໄຟໃນຄວາມຮ້ອນສູງຈົນກວ່າໝໍ້ກະທະຈະມີຄວາມຮ້ອນຫຼາຍ ແລະ ຈາກນັ້ນໃຫ້ເອົາຜັກກະລໍ່າປີລົງໃນໝໍ້ຂາງ. ຕື່ມນ້ຳມັນໝາກພ້າວໃສ່ເທື່ອລະໜ້ອຍຈົນກວ່າທ່ານຈະເຫັນຄວັນອອກມາ ແລະ ດອກກະເລີ້ມເປັນສີນ້ຳຕານ. ສືບຕໍ່ ຄົນໄປມາຈົນ ກວ່າທ່ານຈະໄດ້ສີທີ່ທ່ານມັກ. (ຂ້ອຍມັກໃຫ້ຂອງຂ້ອຍ ເປັນສີເຂັ້ມ!)

ຂັ້ນຕອນທີ່ 3

ປະໃຫ້ ດອກກະລໍ່ເຢັນລົງ ແລະ ຟັກ ມັນໜ້ອຍໜຶ່ງໃຫ້ເປັນຕ່ອນນ້ອຍ. ຖ້າຕ່ອນທີ່ຟັກມີຂະໜາດບໍ່ເທົ່າກັນກໍບໍ່ເປັນຫຍັງເພາະມັນຈະເພີ່ມຄວາມອ່ອນນຸ້ມ.

ຂັ້ນຕອນທີ່ 4

ຕັດລຳຕົ້ນຂອງເຫັດບີສສີນ້ຳຕານ; ຕັດເຫັດຫອມເປັນເສັ້ນນ້ອຍ; ຊອຍຜັກກະທຽມຂອງທ່ານ, ຂ່າ ແລະ ຫົວສີໃຄໃຫ້ແລບໆ; ຊອບຜັກຫອມບົ່ວແດງຂອງທ່ານ; ແລະ ຊອຍຫອມປ້ອມຂອງທ່ານໃຫ້ຫ່າງໆ.

ການປະສົມສ່ວນປະກອບ
ຂັ້ນຕອນທີ່ 1

ເລີ່ມຕົ້ນໂດຍການປະສົມເຫັດທັງສອງຢ່າງ, ກະລໍ່າດອກ, ເຂົ້າຂົ້ວບົດ, ຜັກຫອມບົ່ວແດງ, ຫົວສີໃຄ ແລະ ກະທຽມ.

ຂັ້ນຕອນທີ່ 2

ເພີ່ມ ຂ່າ ¼ ບ່ວງໂຕະ ແລະ ສືບຕໍ່ເພີ່ມປະລິມານເລັກນ້ອຍຕາມທີ່ທ່ານຕ້ອງການ.

ຂັ້ນຕອນທີ່ 3

ຕື່ມນ້ຳສະອິ້ວສຸດທ້າຍໃນຂະນະທີ່ທ່ານປະສົມສ່ວນປະກອບ ເຂົ້າກັນແລ້ວນັ້ນ.

ຂັ້ນຕອນທີ່ 4

ບີບນ້ຳໝາກນາວ, ໃຊ້ໝາກນາວເທື່ອລະໜ່ວຍ, ເພີ່ມຈົນກວ່າມັນຈະເຂົ້າກັນໄດ້.

ຂັ້ນຕອນທີ່ 5

ເພີ່ມໝາກເຜັດຖ້າທ່ານມັກໃຫ້ມັນເຜັດ.

ຂັ້ນຕອນທີ່ 6

ເສີບມັນ ໃສ່ຈານດ້ວຍບ່ວງເສີບ ຫຼື ທ່ານສາມາດຕື່ມຜັກສະຫຼັດໃສ່ຂ້າງເພື່ອໃຫ້ໝູ່ ແລະ ຄອບຄົວຂອງທ່ານສາມາດພັນມັນດ້ວຍຜັກສະຫຼັດຂອງຕົນເອງໄດ້. ນອກນັ້ນທ່ານຍັງສາມາດໃຊ້ຜັກກາດຂາວນ້ອຍສໍາລັບກິນເປັນຄຳ ແລະ ເພີ່ມສີສັນໃຫ້ອາຫານໄດ້.

English