ລາບທີ່ມີສະຫຼັດຫໍ່
30 ນາທີ ເພື່ອກະກຽມ
20 ນາທີ ປຸງແຕ່ງ
ສຳລັບ 3 – 4 ທ່ານ
ກ່ຽວກັບສູດອາຫານນີ້
ລາບ ທີ່ອອກສຽງວ່າ "ລາບ” ແມ່ນຖືວ່າເປັນອາຫານປະຈໍາຊາດທີ່ບໍ່ເປັນທາງການຂອງລາວ. ເປັນທີ່ຮູ້ຈັກກັນດີວ່ານີ້ແມ່ນອາຫານທີ່ປະສົມປະສານໄປດ້ວຍທາດໂປຣຕີນ, ນ້ໍາໝາກນາວ, ພືດສະຫມຸນໄພສົດ ແລະ ເຄື່ອງເທດ. ລາບທີ່ແຊບແບບນີ້ແມ່ນມາກັບສະຫຼັດ ແລະ ເຮັດດ້ວຍເຕົ້າຮູ້ ແລະ ເຫັດ.
ສູດອາຫານໂດຍ: ໂດຍ ຕີນາ ພູມມາລາວັນ
ຮູບພາບໂດຍ: ແອນດຣູ ຣຽວ ແລະ ເຊຣາ ບາຣສເຕີນ
ສ່ວນປະກອບ
- ເຂົ້າຂົ້ວບົດ 1 ບ່ວງໂຕະ
- ນ້ຳປາເຈ 2 ບ່ວງໂຕະ
- ນ້ຳໝາກນາວ 4 ໜ່ວຍ ຫຼື ຫຼາຍກວ່ານັ້ນ
- ກ້ານເຫັດຂາວ ຊອຍ 8 ອອນ (ຊັບລະອຽນ)
- ເຕົ້າຫູ້ແຂງພິເສດ 1 ຊອງ (14oz)
- ນ້ຳມັນໂອລິຟ ພິເສດ 2 ບ່ວງໂຕະ
- ຫອມຫົວນ້ອຍ 2 ຫົວນ້ອຍ, ຊອຍໃຫ້ມຸ່ນໆ
- ຫອມບົ່ວໃບ 2 ກ້ານ, ຊອຍລະອຽດ
- ໝາກເຜັດສົດ 3–4 ອັນ, ຊອຍແລບໆ
- ໃບຫອມລາບ 1 ມັດ, ຫັ່ນໃຫ້ມຸ່ນໆ
- ຫອມປ້ອມ 1 ມັດ, ຫັ່ນໃຫ້ມຸ່ນໆ
- ຫອມເຮືອດ 1 ມັດ
- ໝາກແຕງ ຊອຍເປັນປ່ຽງ, ຜ່າເຄິ່ງ ແລະ ຜ່າຕາມລວງຍາວ
- ໝາກເຜັດຜົງ
- ຜັກສະລັດ 1 ຫົວ ຫຼື ເຂົ້າຈ້າວສຸກ ຫຼື ເຂົ້າໜຽວ
ຄຳແນະນຳແຕ່ລະຂັ້ນຕອນ
ຂັ້ນຕອນທີ່ 1
ຖອກນໍ້າອອກ ແລະ ເອົາຫຍັງມາເຕັງເຕົ້າຫູ້ ໄວ້ຢ່າງໜ້ອຍ 30 ນາທີ. ທ່ານສາມາດເຕັງມັນໄດ້ໂດຍການຫໍ່ຜ້າເຊັດມືຂົນໜູທີ່ສະອາດອ້ອມຮອບຕ່ອນເຕົ້າຫູ້ ແລະ ວາງແຜ່ນຂຽງເຕັງເທິງມັນ. ຂ້ອຍຍັງເອົາໝໍ້ຂາງໃສ່ເທິງແຜ່ນຂຽງອີກ. ເຮັດແນວນີ້ຄວນຊ່ວຍບີບຄວາມຊຸ່ມສ່ວນເກີນອອກຈາກເຕົ້າຫູ້. ຈາກນັ້ນ, ໃຫ້ປັ້່ນມັນດ້ວຍມືຂອງທ່ານ ຫຼື ທ່ານສາມາດຖິ້ມມັນໃສ່ເຄື່ອງປັ່່ນອາຫານກໍໄດ້.
ຂັ້ນຕອນທີ່ 2
ຕັ້ງໝໍ້ກະທະໃສ່ນ້ຳມັນ 2 ບ່ວງໂຕະ. ເມື່ອຮ້ອນແລ້ວ, ໃຫ້ຕື່່ມເຫັດທີ່່ບົດແລ້ວ ແລະ ຂົ້ວໃຫ້ເປັນສີນໍ້າຕານເປັນເວລາ 5 ນາທີ.
ຂັ້ນຕອນທີ່ 3
ເອົາເຕົ້າຫູ້ຕື່ມໃສ່, ຄົນເຂົ້າກັນ ແລະ ຄ້າງໄຟໄວ້ 7-10 ນາທີ. ບີບໝາກນາວໃສ່ໃນເຄື່່ອງປະສົມນັ້ນ ແລະ ຄົນໃຫ້ມັນເຂົ້າກັນເປັນເວລາ 2-3 ນາທີຈົນກວ່າມັນຈະອອກສີນ້ຳຕານ.
ຂັ້ນຕອນທີ່ 4
ຕື່່ມຫົວຜັກບົ່ວ, ຜັກບົ່ວໃບ (ເອົາແຕ່ສ່ວນເປັນຫົວສີຂາວເທົ່ານັ້ນ) ແລະ ໝາກເຜັດ (ອີງຕາມລະດັບຂອງຄວາມເຜັດທີ່່ທ່ານຕ້ອງການ) ແລະ ຜັດອີກໜຶ່ງນາທີ ຫຼື ໃນເວລາປະມານນັ້ນ.
ຂັ້ນຕອນທີ່ 5
ເມື່່ອທ່ານປົງໝໍ້ຂາງອອກຈາກໄຟ, ໃຫ້ເອົາໄປປົນກັບ ນ້ຳປາເຈ 2 ບ່ວງແກງ ແລະ ນ້ຳໝາກນາວຕາມຄວາມມັກຂອງທ່ານ. ນອກຈາກນີ້ ໃຫ້ຕື່ມ ເຂົ້າຂົ້ວ 1–2 ບ່ວງໂຕະ ແລະ ສ່ວນທີ່ເຫຼືອຂອງສະໝຸນໄພທີ່ຟັກແລ້ວ.*
* ເບິ່່ງໃຫ້ແນ່ໃຈວ່າໄດ້ຈົ່ງເຄື່່ອງຄຽງໄວ້ຖ້າເຮັດພັນ
ຂັ້ນຕອນທີ່ 6
ເສີບກັບເຂົ້າສຸກ ຫຼື ເຄື່່ອງພັນ. ສຳລັບການພັນ, ທ່ານສາມາດເອົາບ່ວງຕັກລາບມາວາງໃສ່ໃນໃບຜັກສະຫຼັດສົດທີ່ມີສະໝຸນໄພເພີ່ມ, ສ່ວນສີຂຽວຂອງຜັກບົ່ວທີ່ຊອຍແລ້ວ, ໃບຫອມ ເຮືອດ ແລະ ໝາກແຕງ ແລະ ໂຮຍໜ້າມັນດ້ວຍໝາກເຜັດຜົງ! ເຊີນແຊບ!
ສູດອາຫານເພີ່ມເຕີມ

