ເຂົ້າປຽກເຂົ້າ

15 ນາທີ ກະກຽມ

1 ຊົ່ວໂມງ ປຸງແຕ່ງ

10 ທ່ານ (2 ຖ້ວຍ)

ກ່ຽວກັບສູດອາຫານນີ້

ແກງຊຸບຮ້ອນທີ່ເຕັມໄປດ້ວຍຜັກແຊບ ແລະ ເຂົ້າເຂົ້າປຽກທີ່ນຸ້ມນວນ. ເໝາະສຳລັບມື້ທີ່ມີອາກາດເຢັນ! (ອາຫານຈານນີ້ສາມາດເຮັດໃສ່ໝໍ້ໃຫຍ່ເພື່ອລ້ຽງຊຸມຊົນໄດ້! ຖ້າທ່ານຢາກຕັດຈຳນວນອາຫານລົງ, ແມ່ນຕັດລົງເຄິ່ງເຄີ່ງໜຶ່ງ).

ສູດອາຫານໂດຍ: ເຮຣິສ ພົມສຸວັນດາລາ
ຮູບພາບໂດຍ: ຄາຍລີ ໂຮບ

ສ່ວນປະກອບ

  • ຂິງ 4 ປ່ຽງ
  • ຫົວສີໄຄ 1 ຕົ້ນ
  • 1 ຈອກ ນ້ຳປາເຈ
  • ຫົວກະລົດ ຊອຍ 2 ຈອກຕວງ
  • ຜັກເຊເລິຣີ ຊອຍ 2 ຈອກຕວງ
  • ເຂົ້າຫອມມະລິສຸກ 12 ຈອກຕວງ
  • ເຫັດ 1 ຈອກ
  • ກະທຽມຟັກລະອຽດ
  • ນ້ຳມັນຜັກເພື່ອທອດກະທຽມ
  • ນ້ຳສຳລັບນ້ຳຊຸບ

ເຄື່ອງປຸງແນະນຳຕ່າງໆ 

  • ທອດກະທຽມ
  • ໝາກເຜັດ
  • ຝານໝາກນາວ
  • ຜັກຊີ ຫຼື ຫອມບົ່ວ
  • ໝາກເພັດສີຣາຊາ
  • ໝາກເພັດຈຽວ
Khao Piak Khao

ຄຳແນະນຳແຕ່ລະຂັ້ນຕອນ

ຂັ້ນຕອນທີ່ 1

ເພີ່ມຂິງ ແລະ ຫົວສີໄຄໃສ່ໝໍ້ໃຫຍ່ພ້ອມນ້ຳເຄິ່ງໝໍ້.

ຂັ້ນຕອນທີ່ 2

ຕົ້ມນ້ຳໃຫ້ຟົດ ແລ້ວເພີ່ມ ນ້ຳປາເຈ.

ຂັ້ນຕອນທີ່ 3

ໃສ່ຫົວກະລົດຊອຍ ແລະ ຜັກເຊເລິຣີ ແລະ ຕົ້ມໃຫ້ຟົດໃນໄຟສູງເປັນເວລາ 15 ນາທີ.

ຂັ້ນຕອນທີ່ 4

ເພີ່ມເຂົ້າຫອມມະລິ 12 ຈອກ, ຄົນເລື້ອຍໆເພື່ອບໍ່ໃຫ້ເຂົ້າໄໝ້ຢູ່ດ້ານລຸ່ມ. ແປ້ງຈາກເຂົ້າຈະຊ່ວຍໃຫ້ນ້ຳຊຸບເຂັ້ມຂົ້ນ.

ຂັ້ນຕອນທີ່ 5

ຫຼັງຈາກ 15 ນາທີ, ນ້ຳຊຸບຈະເຂັ້ມຂຸ້ນ. ສືບຕໍ່ຄົນເລື້ອຍໆ.

ຂັ້ນຕອນທີ່ 6

ເພີ່ມເຫັດ.

ຂັ້ນຕອນທີ 7

ເຮັດນ້ຳມັນກະທຽມໂດຍການທອດກະທຽມດ້ວຍນ້ຳມັນຜັກ.

ຂັ້ນຕອນທີ 8

ເທນ້ຳມັນກະທຽມໃສ່ໃນນ້ຳຊຸບ, ແລ້ວນ້ຳຊຸບກໍຈະມີຄວາມພ້ອມ! ຕື່ມເຄື່ອງປຸງທີ່ທ່ານມັກໄດ້ເຊັ່ນກັນ.

English