ກ່ຽວກັບພວກເຮົາ

ລາວໄດ້ຕົກເປັນຫົວເມືອງຂື້ນຂອງຝຣັ່ງໃນທ້າຍສັດຕະວັດທີ 19 ຫາກາງສະຕະວັດທີ 20 ແລະ ຍັງໄດ້ຮັບ ຜົນກະທົບທີ່ຮ້າຍແຮງຈາກ  “ສົງຄາມລັບ”,ໃນໄລຍະທີ່ສະຫະລັດອາເມລິກາ ໄດ້ຖິ້ມລະເບີດລູກຫວ່ານຫຼາຍກ່ວາ 270 ລ້ານໜ່ວຍໃສ່ປະເທດລາວ. ໂສກນາດຕະກໍາຂອງສົງຄາມນີ້ ເຮັດໃຫ້ລາວກາຍເປັນປະເທດ ທີ່ຖືກລະເບີດ ຫຼາຍທີ່ສຸດຕໍ່ຫົວຄົນໃນປະຫວັດສາດ ແລະ ຍັງມີລະເບີດລູກກວາດຫຼາຍກວ່າ 80 ລ້ານໜ່ວຍ ຢູ່ໃນ ປະເທດລາວທີ່ຍັງບໍ່ໄດ້ແຕກ. ມີອົງການຈັດຕັ້ງຂັ້ນຮາກຖານຈຳນວນໜຶ່ງ ທີ່ອຸທິດຕົນໃຫ້ແກ່ການ ຕໍ່ສູ້ເພື່ອຄວາມຍຸຕິທຳສຳລັບປະຊາຊົນລາວ ໂດຍການເກັບກູ້ລະເບີດລູກຫວ່ານຢ່າງລະມັດລະວັງ ເທື່ອລະລູກໄປ.

ເຖິງວ່າຈະມີສະພາບການທີ່ເສົ້າສະຫຼົດໃຈດັ່ງກ່າວກໍຕາມ, ຄົນລາວແມ່ນມີຄວາມອົດທົນ ແລະ ສືບຕໍ່ນັບຖືປະເພນີລາວ, ລວມທັງອາຫານການກິນຂອງພວກເຂົາເຈົ້າ. ພວກເຮົາຫວັງວ່າ ທ່ານຈະມີຄວາມສຸກກັບການອາຫານລາວທີ່ທ່ານມັກ ຫຼື ລອງຊິມອາຫານເຍື່ອງໃໝ່!

ອາຫານລາວຫຼາຍຊະນິດໂດຍທຳມະຊາດແລ້ວແມ່ນເປັນອາຫານປະເພດຜັກ, ເຊິ່ງປະກອບມີອາຫານປະເພດສົ້ມພັກ (ຜັກດອງ), ນ້ຳຫວານ (ຫຼື ອາຫານຫວານໃສ່ນໍ້າຫວານກະທິ) ແລະ ອາຫານຫຼັກເຂົ້າໜຽວ. ອາຫານລາວອີກຫຼາຍໆຊະນິດກໍສາມາດເຮັດເປັນມັງສະວິລັດໄດ້ ໂດຍການທົດແທນສ່ວນປະກອບ ແລະ/ຫຼື ເອົາຜະລິດຕະພັນສັດອອກຈາກອາຫານ. ນີ້ປະກອບມີອາຫານພື້ນເມືອງອື່ນໆ, ເຊັ່ນ: ຕຳໝາກຫຸ່ງ, ລາບ ແລະ ເຂົ້າປຸ້ນ.

ອາຫານມັງສາວິລັດບໍ່ມີສ່ວນປະກອບຂອງສັດ ລວມທັງ “ຊີ້ນ”, ອາຫານທະເລ, ໄຂ່, ນົມ ແລະ ນໍ້າເຜິ້ງ, ເຊິ່ງທັງໝົດນີ້ແມ່ນຜະລິດຕະພັນທີ່ໄດ້ມາຈາກຄວາມທຸກທໍລະມານ ແລະ ການຂູດຮີດ. ແນ່ນອນວ່າ ຜະລິດຕະພັນທີ່ພວກເຮົາກິນທັງໝົດ ແມ່ນຖືກເກັບມາໂດຍຊາວໄຮ່ ຊາວສວນ, ເຊິ່ງມັກຈະປະສົບ ກັບຄວາມທຸກ ແລະ ໄດ້ຮັບການປະຕິບັດຕໍ່ແບບບໍ່ຍຸຕິທຳ, ດັ່ງນັ້ນ ພວກເຮົາຕ້ອງຮັບຮູ້ວ່າ ມັນມີ ຄວາມສຳຄັນພຽງໃດ ໃນກາສະໜັບສະໜູນແຮງງານເຫຼົ່ານີ້ ທຸກເມື່ອທີ່ພວກເຮົາສາມາດເຮັດໄດ້. ໂຄງການສ້າງຄວາມເຂັ້ມແຂງດ້ານອາຫານ (Food Empowerment Project) ສືບຕໍ່ສ້າງຄວາມຕື່ນຕົວ ກ່ຽວກັບສະພາບການອອກແຮງງານຂອງຜູ້ອອກແຮງງານ ໃນຂະນະທີ່ ເຮັດວຽກ ຮ່ວມກັບ ພວກເຂົາຢ່າງບໍ່ລົດລະ ເພື່ອສົ່ງເສີມສິດຂອງເຂົາເຈົ້າໂດຍການສະໜັບສະໜູນການປ່ຽນແປງໃນບໍລິສັດ, ນິຕິກຳ ແລະ ກົດລະບຽບ. ພວກເຮົາໄດ້ສ້າງເວັບໄຊທ໌ veganlaofood.com ເພື່ອເປັນແຫຼ່ງຂໍ້ມູນ ທີ່ເປັນມິດກັບຜູ້ໃຊ້ສຳລັບຊາວມັງສາວີລັດ ແລະ ຜູ້ທີ່ມີຄວາມສົນໃຈກ່ຽວກັບມັງສາວີລັດ, ຕະຫລອດທັງຊຸມຊົນລາວ ແລະ ອື່ນໆ. ພວກເຮົາຫວັງວ່າທ່ານຈະມັກສູດອາຫານເຫຼົ່ານີ ຫຼາຍຄືກັບ ທີ່ພວກເຮົາ!

ອາຫານລາວມັງສະວິລັດ (Vegan Lao Food) ແມ່ນການດໍາເນີນຄວາມພະຍາຍາມຮ່ວມກັນ ແລະ ພວກເຮົາຂໍຂອບໃຈທຸກໆທ່ານທີ່ໄດ້ປະກອບສ່ວນ: ຜູ້ທີ່ສົ່ງສູດອາຫານຕົ້ນສະບັບ; ຜູ້ທີ່ທົດລອງສູດອາຫານ; ແລະ ຜູ້ທີ່ແຕ່ງອາຫານ, ຊ່າງຖ່າຍ ແລະ ຕົບແຕ່ງຮູບພາບຂອງອາຫານແຕ່ລະເຍື່ອງ!

ຂໍ້ມູນເພີ່ມເຕີມກ່ຽວກັບ ໂຄງການສ້າງຄວາມເຂັ້ມແຂງດ້ານອາຫານ (Food Empowerment Project)

ໂຄງການສ້າງຄວາມເຂັ້ມແຂງດ້ານອາຫານ (Food Empowerment Project) ແມ່ນອົງການຄວາມຍຸຕິທຳດ້ານອາຫານມັງສາວິລັດທີ່ສະແຫວງຫາທາງສ້າງໂລກທີ່ມີຄວາມຍຸຕິທຳ ແລະ ຍືນຍົງຂຶ້ນກວ່າເກົ່າໂດຍການຮັບຮູ້ພະລັງຂອງການເລືອກອາຫານຂອງຄົນຜູ້ໜຶ່ງ. ພວກເຮົາສົ່ງເສີມການເລືອກອາຫານທີ່ດີຕໍ່ສຸຂະພາບທີ່ສະທ້ອນໃຫ້ເຫັນ ເຖິງສັງຄົມທີ່ມີຄວາມເມດຕາສົງສານຫຼາຍຂຶ້ນ ໂດຍການຊີ້ໃຫ້ເຫັນເຖິງການຂາດອາຫານທີ່ດີຕໍ່ສຸຂະພາບໃນເຂດທີ່ມີລາຍໄດ້ຕໍ່າ, ສະພາບການເຮັດວຽກທີ່ບໍ່ຍຸຕິທຳສຳລັບຜູ້ຜະລິດ, ການເສື່ອມໂຊມຂອງຊັບພະຍາກອນທຳມະຊາດ ແລະ ການທຳຮ້າຍສັດໃນຟາມ. ໂດຍການເລືອກເຮັດໃນສິ່ງທີ່ມີຄວາມເຂົ້າໃຈດີ, ພວກເຮົາສາມາດປ້ອງກັນ ຄວາມບໍ່ຍຸຕິທຳຕໍ່ມະນຸດ, ສິ່ງແວດລ້ອມ ແລະ ສັດໄດ້. ເພື່ອຮຽນຮູ້ເພີ່ມເຕີມກ່ຽວກັບ F.E.P., ວຽກງານຂອງພວກເຮົາ ຫຼື ວິທີການເປັນມັງສະວິລັດ, ກະລຸນາໄປຢ້ຽມຢາມເວັບໄຊ້ທ໌ ຂອງພວກເຮົາ.

ໂຄງການສ້າງຄວາມເຂັ້ມແຂງດ້ານອາຫານ (Food Empowerment Project) ແມ່ນອົງການຄວາມຍຸຕິທຳດ້ານອາຫານມັງສາວິລັດແລະ ທີ່ບໍ່ຫວັງຜົນກໍາໄລທີ່ໄດ້ຮັບການຈົດທະບຽນຕາມຂໍ້ 501(c)(3).

English