ລາບ

ລາບແມ່ນອາຫານພື້ນເມືອງຂອງລາວ ແລະ ຂຶ້ນກັບວ່າອາຫານມາຈາກບ້ານ ຫຼື ແຂວງໃດ, ສ່ວນປະກອບຂອງມັນອາດຈະແຕກຕ່າງກັນໄປ.

ເຂົ້າປຽກເຂົ້າ

ແກງຊຸບຮ້ອນທີ່ເຕັມໄປດ້ວຍຜັກແຊບ ແລະ ເຂົ້າທີ່ນຸ້ມນວນ. ເໝາະສຳລັບມື້ທີ່ມີອາກາດເຢັນ!

ນ້ຳປາເຈ

ເປັນສ່ວນປະກອບທີ່ສຳຄັນສຳລັບອາຫານລາວຫຼາຍໆຢ່າງ. ການກິນແບບສະບັບອັນນີ້ຢ່າງແຊບຊ້ອຍທີ່ເຮັດດ້ວຍເຫັດຫອມ (shiitake) ແລະ ນໍ້າໂກມໂບ (kombu).

ສູດອາຫານທີ່ສໍາຄັນ

Laab Lettuce Wraps

ລາບທີ່ມີສະຫຼັດຫໍ່

ລາບ, ທີ່ອອກສຽງວ່າ "ລາບ," ແມ່ນຖືວ່າເປັນອາຫານປະຈໍາຊາດ ທີ່ບໍ່ເປັນທາງການຂອງປະເທດລາວ. ເປັນທີ່ຮູ້ຈັກກັນວ່າ ນີ້ແມ່ນອາຫານທີ່ປະສົມໄປດ້ວຍທາດໂປຣຕີນ, ນໍ້າໝາກນາວ, ພືດສະຫມຸນໄພສົດຫລາຍຢ່າງ ແລະ ເຄື່ອງເທດ. ອາຫານຈານທີ່ແຊບແບບນີ້ແມ່ນມາກັບສະຫຼັດ ແລະ ເຮັດດ້ວຍເຕົ້າຮູ້ ແລະ ເຫັດ.
Khao-Poon

ເຂົ້າປຸ້່ນ (ແກງກະລີ່)

ນໍາແກງທີ່ມີລົດຊາດຫວານ, ເຄັມ, ເຜັດ, ກະລີ່ແດງ ແລະ ນ້ຳກະທິໝາກພ້າວທີ່ໜ້າກິນອັນນີ້ ແມ່ນ ມາກັບເສັ້ນເຂົ້າປຸ້ນ ແລະ ເປັນແກງພື້ນເມືອງອັນແຊບຊ້ອຍຂອງລາວ.

Thum Muk Hung

ຕຳໝາກຫຸ່ງ

ເປັນໜຶ່ງໃນອາຫານທີ່ນິຍົມຫຼາຍທີ່ສຸດຂອງປະເທດລາວ ເຊິ່ງຕຳໝາກຫຸ່ງແມ່ນເປັນທີ່ຮູ້ຈັກກັນດີ ເນື່ອງຈາກສ່ວນປະສົມທີ່ມີລົດຊາດເຄັມ, ເຜັດ, ມີນ້ຳໝາກນາວ ແລະ ໝາກຫຸ່ງດິບທີ່ສົດໆ.

Lao Omelette

ໄຂ່ຈຽວ

ໄຂ່ຈຽວແມ່ນສາມາດກິນໄດ້ໃນທຸກເວລາຂອງມື້! ໄຂ່ຈຽວຟູທີ່ແຊບໆນີ້ແມ່ນເຕັມໄປດ້ວຍຫອມແດງທີ່ປຸງແຕ່ງ, ຜັກຊີ, ຫອມບົ່ວ ແລະ ໝາກເລັ່ນ ເຊິ່ງເໝາະທີ່ສຸດກັບເຂົ້າໜຽວ ແລະ ແຈ່ວທີ່ມີລົດຫວານ ແລະ ເຜັດ. ນອກຈາກນັ້ນ, ມັນຍັງເຂົ້າກັນໄປກັນໄດ້ດີກັບຕຳໝາກຫຸ່ງອີກດ້ວຍ.ຫຸ່ງ.

ທີມງານຂອງໂຄງການສ້າງຄວາມເຂັ້ມແຂງດ້ານອາຫານ (Food Empowerment Project) (ລວມທັງ ທ່ານ ຊາລອນ ດາລາພົນເດດ, ນັກຮຽນຝຶກຫັດຄົນທຳອິດ ແລະ ສະມາຊິກ ຄະນະກຳມະການ ໃນປັດຈຸບັນຂອງພວກເຮົາ) ໄດ້ສ້າງ VeganLaoFood.com ເພື່ອເປັນວິທີແບ່ງປັນລົດຊາດຕ່າງໆ ຈາກລາວກັບຄົນທີ່ເປັນມັງສາວິລັດ ແລະ ຜູ້ທີ່ມີຄວາມສົນໃຈກ່ຽວກັບມັງສາວິລັດ.

ຄົນທີ່ເປັນມັງສາວິລັດຫຼີກລ່ຽງສ່ວນປະກອບອາຫານທີ່ມາຈາກສັດເຊັ່ນ: “ຊີ້ນ”, ອາຫານທະເລ, ໄຂ່, ນົມ ແລະ ນໍ້າເຜິ້ງ ເຊິ່ງທັງໝົດນີ້ ແມ່ນຜະລິດຕະພັນທີ່ໄດ້ມາຈາກຄວາມທຸກທໍລະມານ ແລະ ການຂູດຮີດ. ແຕ່ກໍໂຊກດີທີ່ອາຫານຈາກລາວແມ່ນອາຫານປະເພດຜັກ ແລະ ບໍ່ມີນົມ ໂດຍທີ່ອາຫານຫຼັກແມ່ນເຂົ້າໜຽວ. ອາຫານລາວໃຊ້ເຄື່ອງປຸງລົດຕ່າງໆເຊັ່ນ ໝາກນາວ ແລະ ເຄື່ອງເທດ ແລະ ສ່ວນປະກອບເຊັ່ນ ສະຫມຸນໄພສົດ ເພື່ອເຮັດໃຫ້ມີຄວາມກົມກ່ອມເຂົາກັນຂອງລົດຊາດ ທີ່ແຊບຊ້ອຍໂດຍບໍ່ຕ້ອງໃຊ້ສ່ວນ ປະກອບທີ່ມາຈາກສັດ.

ລາວໄດ້ຕົກເປັນເມືອງຂຶ້ນຂອງຝຣັ່ງໃນທ້າຍສັດຕະວັດທີ 19 ຫາກາງສະຕະວັດທີ 20 ແລະຍັງໄດ້ຮັບ ຜົນກະທົບທີ່ຮ້າຍແຮງຈາກ “ສົງຄາມລັບ” ໃນໄລຍະທີ່ສະຫະລັດ ໄດ້ຖິ້ມລະເບີດລູກຫວ່ານຫຼາຍກ່ວາ 270 ລ້ານໜ່ວຍໃສ່ປະເທດນັ້ນ. ໂສກນາດຕະກໍາຂອງສົງຄາມນີ້ ເຮັດໃຫ້ລາວກາຍເປັນປະເທດ ທີ່ຖືກລະເບີດ ຫຼາຍທີ່ສຸດຕໍ່ຫົວຄົນໃນປະຫວັດສາດ ແລະ ຍັງມີລະເບີດລູກກວາດຫຼາຍກວ່າ 80 ລ້ານໜ່ວຍ ຢູ່ໃນ ປະເທດລາວທີ່ຍັງບໍ່ໄດ້ແຕກ. ມີອົງການຈັດຕັ້ງຂັ້ນຮາກຖານຈຳນວນໜຶ່ງ ທີ່ອຸທິດຕົນໃຫ້ແກ່ການ ຕໍ່ສູ້ເພື່ອຄວາມຍຸຕິທຳສຳລັບປະຊາຊົນລາວ ໂດຍການເກັບກູ້ລະເບີດລູກຫວ່ານຢ່າງລະມັດລະວັງ ເທື່ອລະລູກໄປ.

ເຖິງວ່າຈະມີສະພາບການທີ່ເສົ້າສະຫຼົດໃຈດັ່ງກ່າວກໍຕາມ, ຄົນລາວແມ່ນມີຄວາມອົດທົນ ແລະ ສືບຕໍ່ນັບຖືປະເພນີລາວ, ລວມທັງອາຫານການກິນຂອງພວກເຂົາເຈົ້າ. ພວກເຮົາຫວັງວ່າ ທ່ານຈະມີຄວາມສຸກກັບການອາຫານລາວທີ່ທ່ານມັກ ຫຼື ລອງຊິມອາຫານເຍື່ອງໃໝ່!

ຂໍຂອບໃຈເປັນຢ່າງຍິ່ງຕໍ່ທຸກຄົນທີ່ປະກອບສ່ວນໃສ່ສູດອາຫານໃຫ້ກັບເວັບໄຊທ໌ນີ້.

ມາເດີ, ມາເດີ! ຂອບໃຈຫຼາຍໆ!

English